Life living in Győr (Hungary) Voloum. II

Itskatae
5 min readSep 6, 2021

ຊີວິດຢູ່ນີ້ກ່າເລື້ອຍໆ ແບບລຽບງ່າຍ ຕື່ນນອນ > ໄປຮຽນ > ກັບຫໍ > ເຮັດວຽກບ້ານ > ກິນເຂົ້າ > ນອນ ວົນລູບໄປ ຈົບ! ເຮີ້ຍຍຍຍຍ! ຖ້າເປັນແນວນັ້ນກໍບໍ່ແມ່ນກະແຕແລ້ວວວວວວວວວ😎 ຢູ່ເຢີຄືໆເປັນເມືອງນ້ອຍໆໜ້າເບື່ອ ບໍ່ມີຫຍັງໜ້າສົນໃຈ ຢາກບອກວ່າເຈົ້າຄິດຜິດ! Let me prove you wrong ແຕ່ກ່ອນອື່ນຢາກໃຫ້ຜູ້ອ່ານເປີດຈິດເປີດໃຈ ກ້າທີ່ຈະອອກຈາກ comfort zone ຂອງໂຕເອງແລ້ວລອງສິ່ງໃໝ່ໆ 👏🏻 ເລີ່ມກັນເລີຍຍຍຍ….

ປ.ລ ຈະໃສ່ຮູບຫຼາຍໆແດ່ເນີ ເນັ້ນເປັນ Visual info ເພື່ອທຸກຄົນຈະໄດ້ຄິດພາບຕາມອອກໄດ້☺️

ເລີ່ມທີ່ກິດຈະກຳທຳອິດໄດ້ແກ່….

Partie! 🥳

ບອກໄວ້ເລີຍການໄປປາຕີ້ເປັນກິດຈະກຳຫຼັກທີ່ເຮັດໃຫ້ເຮົາໄດ້ໝູ່ໃໝ່ຫຼາຍຄົນ (ນອກເໜືອຈາກໝູ່ໃນຫ້ອງ ໝູ່ໃນພາກວິຊາຂອງໂຕເອງ) ຖ້າຄິດວ່າໂຕເອງບໍ່ດື່ມແອລກໍຮໍ ປາຕີ້ບໍ່ເໝາະກັບຂ້ອຍແນ່ນອນ, ເຈົ້າຄິດຜິດແລ້ວ! ເຫັນໝູ່ຫຼາຍຄົນທີ່ຂະເຈົ້າບໍ່ດື່ມ ບໍ່ສູບ ແຕ່! ມັນກໍໄປປາຕີ້ທຸກຄັ້ງເຂົ້າຮ່ວມທຸກງານບໍ່ເຄີຍຂາດ (ບາດໄປຮຽນມັນຄືບໍ່ເປັນແນວນີ້ແດ່ຫວາ 555) ເຄີຍໄປນັ່ງຈັບເຂົ່າລົມນຳວ່າ “ໂຕເຫຼົ້າບໍ່ກິນ ຢາບໍ່ສູບ ໂຕກໍມ່ວນຢູ່ຫວາ?” ໝູ່ກໍຕອບກັບມາແບບຫຼໍ່ໆວ່າ “ມັນຂຶ້ນກັບວ່າໂຕໃຫ້ນິຍາມການໄປປາຕີ້ຂອງໂຕວ່າແນວໃດ ຄືເຮົາມ່ວນຍ້ອນໄດ້ມານັ່ງຫຼິ້ນນັ່ງລົມກັບໝູ່ທີ່ມາແຕ່ຫຼາຍໆບ່ອນ ແຕ່ສຸດທ້າຍມາຈົບຢູ່ບ່ອນດຽວກັນ” (socialize is the key) ວ່າຊ້ານນນນນ 🤔

ເຊິ່ງປາຕີ້ຫຼັກໆກໍມີ ESN Party ຂະເຈົ້າກໍຈະຈັດທຸກໆງານເທດສະການຕ່າງໆເຊັ່ນວ່າ: Welcome party, Halloween party, International cooking Night, Pub Crawl by ESN Gyor (ມັກຄອນເຊັບງານໂຕນີ້ສຸດ🤩 ຄືນອອກລ່າ Bars ໃນເມືອງ 555) ແລະ ອື່ນໆ (ທີ່ຈິງມີຫຼາຍກວ່ານີ້ແຕ່ຈື່ໄດ້ລາງໆໄດ້ເທົ່ານີ້😅 ໄປ explore ຕໍ່ເອງນະຈິ😉).

Lantern Fest
ESN welcome party & Halloween party

Sports 🏀🏓🏸

ບາງຄົນສາຍກາງຄືນບໍ່ຖະໜັດອິຫຼີ ຂໍຜ່ານເດີ, ບໍ່ເປັນຫຍັງເຮົາມີກິດຈະກຳອື່ນນຳ ມີຫຼາກຫຼາຍຢ່າງໃຫ້ເລືອກເລີ່ມກັນທີ່ສາຍກິລາກ່ອນແລ້ວກັນ.

ໂຮງຮຽນມີຫຼາກຫຼາຍກິລາໃຫ້ເຮົາໄດ້ເລືອກຫຼິ້ນຕາມເວລາວ່າງຂອງເຮົາ ມີຢິມຢູ່ 2 ບ່ອນຄື: ບ່ອນທຳອິດຢູ່ຕຶກ sports hall ອີກອັນຢູ່ຕຶກຂ້າງ Mobilis ເລີຍ ພາຍໃນຕຶກນີ້ນອກຈາກຢິມແລ້ວກໍມີກິລາອື່ນໆໃຫ້ເຮົາໄດ້ເລືອກຫຼິ້ນໄດ້ ບໍ່ວ່າຈະເປັນ 🏸ຕີດອກປີກໄກ່ (Badminton), 🏀 ບາສ (Basketball), 🏐 ຕີບານ (Volleyball), 🏓 ປິງປອງ (Table tenis), 🧗‍♀️Wall climbing…

Note: ແຕ່ລະອັນຈະມີມື້ຫຼິ້ນທີ່ຕ່າງກັນໄປ ແລະ ປ່ຽນໃໝ່ໃນແຕ່ລະເທີມ ໃຫ້ໄປເຊັກເບິ່ງຢູ່ເວັບໄຊ້ຂອງໂຮງຮຽນເດີ.

ນອກນີ້, ກໍມີ class ສອນລອຍນ້ຳພ້ອມ 🏊🏼‍♀️ ເນື່ອງຈາກວ່າມັນເປັນສະລວມໃຊ້ຮ່ວມກັບໂຮງຮຽນອື່ນນຳ ນັກຮຽນ SZE ສາມາດນຳໃຊ້ສະໄດ້ຕອນເຊົ້າ (ຂໍ້ມູນນີ້ບໍ່ແນ່ໃຈປານໃດ ອາດມີການປ່ຽນແປງ ສາມາດສອບຖາມເພີ່ມເຕີມຢູ່ຫ້ອງ Information ຫຼື ເວັບໄຊ້ໂຮງຮຽນ).

Note: ກ່ອນຈະສາມາດນຳໃຊ້ທຸກ facilities ຂອງໂຮງຮຽນເຮົາຕ້ອງໄດ້ສະໝັກເປັນສະມາຊິກກ່ອນ ຄ່າທຳນຽມພຽງແຕ່ 3.000ft/ເທີມ ສະໝັກເທາະຄຸ້ມມມ.

ຖາມ: ອອກແຮງບໍ່ແມ່ນແນວທາງຂໍເປັນສາຍຊັບພອດເຊຍຢູ່ຂ້າງໆສົ່ງກຳລັງໃຈໃຫ້ຢູ່ໄກໆ ມີບໍ່?

ຈັດປາຍຍຍຍຍຍ ຢູ່ Sport Hall ຈະມີງານແຂ່ງກິລາຢູ່ຕະຫຼອດເຊັ່ນ: Basketball, Handball, Volleyball etc. ສາມາດເລືອກໄປຊົມໄປເຊຍກັນໄດ້ຕາມອັດທະຍາໄສ Ahh! ລືມບອກ ມີແຂ່ງ 🚣🏼 Kayak/Canoe ນຳ (ທີມເມືອງ Győr ຢ່າງໂຫດ) ໄປຊົມໄປເຊຍໄດ້ຢູ່ແຄມນ້ຳ.

Gym, Badminton, and Basketball cheering

🚐💨 Study Tour

ນອກຈາກຮຽນໃນຫ້ອງ ທາງໂຮງຮຽນກໍມີ ກິດຈະກຳນອກຫຼັກສູດໃຫ້ເຮົາໄດ້ເຂົ້າຮ່ວມນຳ ຫ້າມພາດເລີຍໂຕນີ້ ເຊິ່ງແຕ່ລະຄະນະກໍຈະມີທຣິບໄປຕ່າງເມືອງ ຫຼື ສະຖານທີ່ຕ່າງໆ ຖ້າເຮົາສົນໃຈຢາກເຂົ້າຮ່ວມກໍສາມາດຂໍໄປນຳໄດ້ເຖິງຈະບໍ່ແມ່ນຄະນະເຮົາເປັນຄົນຈັດກໍຕາມ.

ທຣິບໄປທົວໂຮງງານ Suzuki ຢູ່ Esztergom
Highly recommended ທົວໂຮງງານ Audi
ທຣິບໄປ Vienna (Workshop ກັບທີມ MKT ຂອງ Designer Outlet Pardorf)
ທຣິບໄປບໍ່ນ້ຳຮ້ອນ ຢູ່ Mosonmagyaróvár (ເມືອງນີ້ໜ້າຮັກຫຼາຍຍຍຍຍ)

Note: ນີ້ເປັນພຽງນ້ຳຈິ້ມ ມີຫຼາຍທຣິບເຕີບ ແຕ່ໄປບໍ່ໄດ້ຍ້ອນມັນຕຳກັບໂມງຮຽນ (ທີ່ເຮົາຂາດບໍ່ໄດ້🥲) ກັບ ລົງທະບຽນບໍ່ທັນຄົນເຕັມປະຈ້ອຍ😅.

☀️ Outdoor Activities

ຢາກບອກວ່າ Winter ຈົບປຸບຫຼັງຫໍພັກໂຮງຮຽນແມ່ນໂຄດງາມ ເໝາະແກ່ການເຮັດກິດຈະກຳກາງແຈ້ງຫຼາຍຢ່າງ ບໍ່ວ່າຈະເປັນ…

Picnic, BBQ, and Camping

Note: ຖ້າບໍ່ມີເຕົາ BBQ ກໍບໍ່ເປັນຫຍັງ ມັນຈະມີຈຸດທີ່ເຮົາສາມາດກໍ່ກອງໄຟໄດ້ເລາະເລືອກເອົາຕາມມຸມທີ່ມັກໄດ້ຕາມອັດທະຍາໄສເບີຍ.

Doing homework under the big tree next to the river (ຢູ່ຫໍກໍເຊັງ ຫ້ອງສະໝຸດກໍໜ້າເບື່ອ outdoor study ເລີຍ)
Trekking or cycling
Outdoor Running (ເບື່ອ Gym) ວິວຢ່າງງາມອາກາດຢ່າງ Fresh (ແນະນຳຢ່າໄປຄ່ຳຫຼາຍເດີ ຍຸງຊິຫາມ 🦟)
ໃຜຢາກຜິວແທນ Sunbathing🧴🕶 ເລີຍ ຈະໄປຄົນດຽວ ຫຼື ຊວນໝູ່ມານຳກໍກິບເກ໋.. ຟັງເພງ ຫຼື ອ່ານປຶ້ມ ຫຼື ລົມກັບໝູ່ຊິວໆ

Note: ຖ້າມີຄົນຊວນໄປອາບແດດ ຫຼື ໄປຫຼິ້ນຢູ່ Golden Beach ຢ່າຟ້າວງົງ ‘🤔 ເອະ! ມັນຢູ່ໃສ ຫວາ..?’ ຕອບ: ເດີ່ນຫຍ້າຂ້າງໆ Lapos ນັ້ນເອງ. ເຄີຍຖາມໝູ່ຄົນ Local ວ່າຄືເອີ້ນຊື່ນີ້ມັນບອກວ່າ ‘ເຈົ້າສັງເກດເບິ່ງແມ..ສ່ວນໃຫຍ່ຈະມີແຕ່ໄວທອງ (Golden) ທີ່ໄປອາບແດດຢູ່ນັ້ນ ເອີ່ມມມ ຈັກແມ່ນທີ່ມາແທ້ບໍ່ບຸເດີ ໝູ່ມັນເວົ້າແທ້ ຫຼື ມັນ joke ກ່າບໍ່ຮູ້ເລີຍ ແຕ່ກ່າຄືໆ make sense ຢູ່ເກາະ 🤔😅.

☕️ Cafe hopping

ສາຍຄາເຟ່ຕ້ອງມາ KT ຄັດສັນມາໃຫ້ແລ້ວ 04 ຮ້ານນີ້ Vibes ໂຄດດີ ກາເຟຫອມໆ ຣົດຊາດກົມກ່ອມ ເຄັກຢ່າງເດັດ ໄປຕາມຮອຍໄດ້ບໍ່ຜິດຫວັງແນ່ນອນ…

1. Kávébajusz

ຕຶກສີບົວເດັ່ນແບບແບ້ວໆ

2. JAM Juice & More ຢູ່ຕໍ່ໜ້າ Spar ໃນ City Center ເລີຍ.

ຝາກທັກທາຍ ນ້ອນ Minnie 🐶 ແດ່ເນີ ນ້ອນເປັນເດັກເອັນທີ່ເກັ່ງຫຼາຍ ຢ່າລືມຖືຂະໜົມຕິດໄມ້ຕິດມືໄປຝາກນ້ອນນຳ

3. Dzsem by JAM ບໍ່ຊ່າງຊິບອກ 555 ຕາມ Map ໄປເລີຍເດີງ່າຍກວ່າ ບອກກ່ອນຮ່ອມທີ່ຮ້ານນີ້ຕັ້ງຢູ່ມີຫຼາຍຮ້ານທີ່ເໝາະແກ່ການນັ່ງຊິວ ເລາະເລືອກເອົາຕາມມັກເລີຍນະຈິ.

4. Kuglóf Cukrászda ຢູ່ໃກ້ໆກັບ Town square (Széchenyi tér) ເລີຍ

😋 Eating

ສາຍກິນຕ້ອງມີ ນີ້ແມ່ນ Signature ຂອງເມືອງເຢີເລີຍ ຄັນບໍ່ໄດ້ຊິມຖືວ່າພາດແຮງ ສຳ່ມາບໍ່ຮອດເມືອງເຢີພຸ້ນແຫຼະ 555

1. Lángos

ຕ້ອງໄປລອງເລີຍຮ້ານນີ້ Lángos manufaktúra ແຊບແຖມລາຄາກໍໜ້າຮັກ ແນະນຳສັ່ງຣົດ Galic Cream Cheez ມາແຊຣກິນກັບໝູ່ກ່ອນເດີ ແຜ່ນໜຶ່ງກິນໄດ້ສີ່ຄົນ (ຢ່າລືມບອກເຈົ້າຂອງຮ້ານຕັດເປັນສີ່ສ່ວນໃຫ້ພ້ອມ).

3. Gelato

ແນະນຳຮ້ານນີ້ເດີ Caffe Gelato Gyor ຈະມີໂຕແຂ້ສີຂຽວມືຊ້າຍຖືກະແລັມຕັ້ງຢູ່ໜ້າຮ້ານ 🐊

Note: ຢ່າລືມຊວນຄົນຂາຍລົມແດ່ເດີ ລົມຖືກໃຈລະລາວຊິແຖມໃຫ້ 5555 ລາວອັດທະຍາໄສດີ ເວລາໄປ ຫຼື ກັບມາແຕ່ບູດາເປສຈະລາກກະເປົ໋າຜ່ານໜ້າຮ້ານລາວປະຈຳ ແລະລາວກໍຈະເອີ້ນທັກທາຍມາແຕ່ໄກຕະຫຼອດ.

Fish soup:

ຕາມທີ່ໄປກິນມາ 02 ຮ້ານນີ້ແມ່ນ the best

  1. Matróz Dunaparti Kisvendéglő
ຮ້ານສີສົ້ມໆ
ຈຸດເດັ່ນຮ້ານນີ້ແມ່ນຈະມີໝໍ້ໃຫຍ່ໆຕັ້ງຢູ່ທາງໜ້າ (ຖ້າຍັງບໍ່ເອົາອອກເດີ 555) ມີບໍລິການຄົນຫຼິ້ນໄວໂອລິນໃຫ້ຟັງນຳສຸດຟິນນນ

ທ້າຍສຸດດດດດ ການຖ່າຍຮູບ 📸 ນັ້ນເອງ ອິອິ😆 ມັກສຸດຮອງຈາກ 🍻 ປາຕີ້ເລີຍ 555

ສາຍມັກຖ່າຍຮູບຕ້ອງກົດຖືກໃຈສິ່ງນີ້ລົວໆ ທຸກຊອກທຸກມຸມຂອງເມືອງແມ່ນໜ້າຮັກແຮງ ບໍ່ວ່າຈະ Winter, Summer, Spring, Autum ທຸກລະດູງາມກັນຄົນລະແບບ ວ່າງໆກ່າຊວນໝູ່ໆໄປຖ່າຍຮູບເກັບໄວ້ແດ່ເນີ.

Have fun :)

ສາມາດຍ້ອນໄປອ່ານ Life Living in Győr Vol. I ໄດ້ທີ່ 👉🏻 https://bit.ly/3jKU6Ts

ເຈີກັນ Blog ໜ້າ Sziasztok!!! 😉

Sign up to discover human stories that deepen your understanding of the world.

Free

Distraction-free reading. No ads.

Organize your knowledge with lists and highlights.

Tell your story. Find your audience.

Membership

Read member-only stories

Support writers you read most

Earn money for your writing

Listen to audio narrations

Read offline with the Medium app

Itskatae
Itskatae

Written by Itskatae

Welcome to my Online Diary 📔✍ Sharing is caring

No responses yet

Write a response