Don’t give up! ແນະນຳເພງສາກົນມ່ວນໆຟັງແລ້ວມີກຳລັງໃຈ

Katae Pxyb
2 min readFeb 23, 2017

ຖ້າເຈົ້າກຳລັງສັບສົນ, ທໍ້, ໝົດກຳລັງໃຈ ຫຼື ເມື່ອຍກັບສິ່ງທີ່ເປັນຢູ່… ກົດເຂົ້າມາຖືກແລ້ວ ^o^ ບາງຄັ້ງ.. ນອກຈາກການກິນແລ້ວ ເພງມ່ວນໆເນື້ອຫາດີໆກໍສາມາດຊ່ວຍໃຫ້ເຈົ້າຮູ້ສຶກດີຂຶ້ນໄດ້.

ນີ້ແມ່ນ Favorite Playlist ຂອງຂ້າພະເຈົ້າເອງ, ຂ້າພະເຈົ້າເປັນຄົນໜຶ່ງທີ່ມັກຟັງເພງເປັນຊີວິດຈິດໃຈ ບໍ່ວ່າຈະເປັນຕອນທີ່ເສົ້າ, ມີຄວາມສຸກ, ທໍ້, ຜິດຫວັງ… ເວລາທີ່ໄດ້ຟັງ ເຮັດໃຫ້ຮູ້ສຶກດີແບບແປກໆ ມື້ນີ້ກໍເລີຍຢາກມາແບ່ງປັນເພງທີ່ເວລາຂ້າພະເຈົ້າຮູ້ສຶກໝົດກຳລັງໃຈ ຫຼື ຄິດວ່າເປັນຫຍັງໂລກມັນຄືໂຫດຮ້າຍແທ້ວະ….. ຈະຈັບໂທລະສັບ ແລະ ຫູຟັງຂຶ້ນມາ ແລ້ວປ່ອຍໃຫ້ສຽງເພງຊ່ວຍຢຽວຢາ, ນອກຈາກຄວາມຄຽດຈະຫາຍໄປແລ້ວ ຍັງເຮັດໃຫ້ມີກຳລັງໃຈສູ້ຕໍ່ພ້ອມ ^^

Tip: ເວລາໃຈຮ້າຍ ຫຼື ອີ່ຫຍັງກ່າຢ່າທີ່ບໍ່ໄດ້ດັ່ງໃຈເຮົາ Bluetooth ໃສ່ລົດ ແລ້ວ ເປີດດັງໆ ຂັບລົດໄປພ້ອມ ແຫກປາກໂວຍວາຍ ຮ້ອງໄປພ້ອມ ຈະຊ່ວຍໃຫ້ທຸກຢ່າງເຢັນລົງໄດ້ (ເຮັດມາແລ້ວ 😌 ຕະຫຼອດດ້ວຍ ຫະຫະ) ບໍ່ຝອຍຍາວເຂົ້າເລື່ອງເຮົາກັນດີກວ່າ^^ ເລື່ອນລົງລຸ່ມເລີຍຈ້າ

  1. Fucking Perfect — Pink

2. Keep Holding On — Avril Lavigne

3. Hall of Fame — The Script ft. will.i.am

4. The Climb — Miley Cyrus

5. Taste The Feeling — Avicii vs. Conrad Sewell

6. Brave — Sara Bareilles

7. Who You Are — Jessie J

8. On My Way — Charlie Brown

9. Keep Your Eyes Open — NEEDTOBREATHE

10. Don’t Kick the Chair — Dia Frampton

ເຖິງວ່າໂລກຊິໂຫດຮ້າຍປານໃດ ທຸກຢ່າງຈະຕ້ອງດີຂຶ້ນ ຂໍແຕ່ຢ່າຍອມແພ້

ເມື່ອຍກ່າພັກຟັງເພງຊິວໆ ແລ້ວຄ່ອຍສູ້ຕໍ່ V(^__^)V ນໍ້າຕາໄຫຼໄດ້ ແຕ່ຫ້າມລົ້ມເລີກ Keep Going, Do not stop trying

ແຖມອີກ 2 ເພງ ໄວ້ຟັງເບົາໆ :)

Count on me — Bruno Mars

ເປັນເພງທີ່ຟັງສະບາຍຕາມສະຕາຍອ້າຍ ບຣູໂນ້ ເຮົາ ແລະ ເນື້ອເພງກ່າໜ້າຮັກຫງຸ້ງຫງິ໋ງດີ >//< ໄວ້ໃຈຂ້ອຍໄດ້ເລີຍ ແຄ່ນັບ 123 ຂ້ອຍຈະໄປຢູ່ບ່ອນນັ້ນ ຍາມທີ່ເຈົ້າຕ້ອງການ

Verge - Owl City feat. Aloe Blacc

--

--

Katae Pxyb

Welcome to my Online Diary 🌏📔 ☺ ☺ Sharing is caring ☺ ☺