Katae Pxyb
2 min readSep 9, 2018

--

5 Cartoons ຂອງຊ່ອງ CN ທີ່(ຍັງ)ດີຕໍ່ໃຈ >//<

ຖ້າເວົ້າເຖິງ CN ຫຼື Cartoon Network (ກາຕູນເນັດເວີກ) ທຸກຄົນຈະຕ້ອງອຸທານ ອໍ້! ຂຶ້ນມາທັນທີ ປຽບໄດ້ວ່າໃຫຍ່ກ້າໜ້າບານ ຜ່ານມ່ວນຜ່ານຫົວມານຳກັນເລີຍແຫຼະ. ເມື່ອກ້າວເຂົ້າສູ່ໄວຜູ່ໃຫຍ່ເຊື່ອວ່າຫຼາຍໆຄົນອາດຈະເຊົາເບິ່ງໄປແລ້ວ (ເຈົ້າພາດແລ້ວ 😌) ແຕ່ກໍຍັງມີກຸ່ມຄົນຈຳນວນໜຶ່ງທີ່ຍັງສືບສານຄວາມເປັນເດັກ ບໍ່ວ່າວັນ, ເວລາ ແລະ ອາຍຸທີ່ຫຼາຍຂຶ້ນ ບໍ່ໄດ້ມີຜົນກະທົບກະເທືອນຕໍ່ຄວາມມັກຮັກໃນການເບິ່ງກາຕູນ (ຕະມຸຕະມິ ><) ແຕ່… ຍອມຮັບວ່າບາງກາຕູນພໍໃຫຍ່ມາມັນກໍເກີນທີ່ສະໝອງອັນແສນສະຫຼາດແບບເຮົາເກີນຈະຮັບໄດ້ ຕົວຢ່າງ: Tom&Jerry, The powerpuff Girls, Chowder, Courage The Cowardly Dog, Oggy and the cockroaches… ຕອນທີ່ກັບມາເບິ່ງຄືນຕ້ອງໄດ້ກັບມາຕັ້ງຄຳຖາມກັບໂຕເອງຄືນວ່າ: ເຮີ້ຍຍຍ! ກູເຄີຍມັກ(ແບບໃຈຂາດດິ້ນ) ໄປໄດ້ແນວໃດ 😂 ອະ ອະ ອະ ແຕ່ກ່າຍັງມີເລື່ອງທີ່(ຍັງ)ດີຕໍ່ໃຈຢູ່ນະແຈະ ເບິ່ງໄດ້ຊິວໆ ຄາຍຄຽດ… KT ຄັດສັນມາໃຫ້ແລ້ວ ເລື່ອນລົງລຸ່ມເລີຍແຈະ

ເລີ່ມຕົ້ນທີ່ອັນດັບ 5

Stephen Universe

ເປັນເລື່ອງລາວຂອງ 4 ອັນຍະມະນີຄຣິສຕັນ ໄດ້ແກ່ Garnet, Pearl, Amethyst ແລະ Stephen ທີ່ຄອຍປົກປ້ອງຈັກກະວານ. ສະຕີເວັນແມ່ນເດັກນ້ອຍລູກເຄິ່ງມະນຸດ ແລະ ຄຣິສຕັນ ທີ່ກຳລັງຮຽນຮູ້ທີ່ຈະປົກປ້ອງໂລກດ້ວຍພະລັງວິເສດທີ່ມາຈາກທ້ອງຂອງລາວ. ເຖິງວ່າສະຕີເວັນຈະບໍ່ມີພະລັງທີ່ແຂງແກ່ນເທົ່າທຽມກັບຄົນອື່ນໃນທີມ, ແຕ່ໃນຖານະທີ່ເປັນສະມາຊິກຄົນໜຶ່ງໃນທີມເຖິງຈະມີຂໍ້ບົກພ່ອງແຕ່ກໍເປັນຄົນທີ່ສາມາດຄິດຫາວິທີແປກໆມາຊ່ວຍຊີວິດຄົນໃນທີມໄດ້ສະເໝີ.

ຕໍ່ດ້ວຍອັນດັບ 4

We bare bear

ເປັນເລື່ອງລາວວຸ່ນໆຂອງໝີສາມໂຕທີ່ຕ່າງສາຍພັນແຕ່ກັບກາຍມາເປັນອ້າຍນ້ອງກັນໄດ້ແກ່ Grisly, Panda (Pan Pan) ແລະ Ice bear.

ຕາມມາຕິດໆກັບອັນດັບທີ 3

Adventure Time

ຕິດຕາມການຜະຈົນໄພ (ຫຼືບໍ່ວະ) ຂອງສອງສ່ຽວ Finn the human (ຟິນ) and Jake the dog (ເຈກ) ໃນດິນແດນອູພ້ອມດ້ວຍເຫຼົ່າອົງຍິງແລະຕາເຖົ້າຄິງໄອ້ (King Ice) ສຸດກວນ.

ຕໍ່ເນື່ອງກັນທີ່ອັນດັບ 2

Regular Show

ສອງສ່ຽວ (ອີກແລ້ວ) Mordecai ແລະ Rigby ພະນັກງານຮັກສາສວນ ທີ່ສຸດແສນຈະຂີ້ຄ້ານ.

ແລະທີ່ສຸດຂອງທີ່ສຸດ ອັນດັບ 1

Amazing world of Gumball

ຄອບຄົວ Watterson ສຸດພ້ຽນ ປະກອບໄປດ້ວຍ ພໍ່ກັບແມ່ທີ່ສຸດແປກ Nicole ກັບ Richard ແລະລູກໆທີ່ສຸດກວນ Gumball, Darwin ແລະ Anais.

ເປັນແນວໃດກັບ5ອັນດັບທີ່ KT ຄັດສັນມາໃຫ້ ຫວັງວ່າຈະມີເລື່ອງທີ່ເຂົ້າຫູເຂົ້າຕາຜູ່ອ່ານທີ່ໜ້າຮັກບໍ່ຫຼາຍກໍໜ້ອຍ ^_<

ປ.ລ ຖ້າມັກ post ນີ້ຢ່າລືມກົດ Clap, shard ແລະ ກົດຕິດຕາມ Blog ຂອງ KT ແດ່ເນີ^^

--

--

Katae Pxyb

Welcome to my Online Diary 🌏📔 ☺ ☺ Sharing is caring ☺ ☺