ເປັນຫຍັງຕ້ອງ Győr ແລະ Széchenyi István University + Life living in Győr Vol. I

Itskatae
5 min readJan 12, 2019

--

ສຳລັບຜູ້ທີ່ມີຄວາມສົນໃຈຢາກມາຮຽນຢູ່ທີ່ປະເທດຮົງກາຣີ (Hungary) ພາຍໃຕ້ທຶນ Stipendium Hungaricum ແລະ ກຳລັງລັງເລວ່າຈະຮຽນໂຮງຮຽນໃດດີຢູ່ເມືອງໃດຄັກ ມາທາງພີ້~~ໃຫ້ Győr ແລະ Széchenyi István University (SZE) ເປັນ 1 ໃນຕົວເລືອກຂອງເຈົ້າ.

GYŐR, THE CITY OF MEETINGS & CULTURE

Győr (ອ່ານວ່າ: “ ເຢີ໌ ” {ສຽງສູງ ແລະ ຍາວ} ເດີ້! ບໍ່ແມ່ນ ຈີຢໍ, ກີຢໍ ທີ່ເຫັນໃນ google map) ແມ່ນໜຶ່ງໃນສູນກາງວັດທະນະທໍາຂອງຮົງກາຣີ, ໄດ້ຮັບການຍອມຮັບວ່າເປັນເມືອງແຫ່ງອຸດສາຫະກຳ ແລະ ເປັນເມືອງທີ່ມີຄວາມສົມດຸນທາງສະຖາປັດຕະຍະກຳ, ວັດທະນະທໍາ ແລະ ທໍາມະຊາດ. Győr ເປັນເມືອງທີ່ໃຫຍ່ເປັນອັນດັບທີ 6 ຂອງຮົງກາຣີ ຕັ້ງຢູ່ທາງພາກຕາເວັນຕົກສ່ຽງເໜືອ ແລະ ຢູ່ລະຫວ່າງກາງ ບູດາເປສ ແລະ ວຽນນາ ສາມາດເດີນທາງໄປກັບສະດວກສະບາຍ, ຖ້າຈະໄປ ບູດາເປສ ແມ່ນແນະນຳໃຫ້ຂີ່ລົດໄຟໄປແຕ່ຖ້າຈະໄປວຽນນາແມ່ນແນະນຳໃຫ້ຂີ່ Bus ເອົາ ເພາະລາຄາຖືກກວ່າ ແລະ ເວລາທີ່ໃຊ້ໃນການເດີນທາງເທົ່າໆກັນກັບລົດໄຟ (ແລ້ວເຮົາຈະຈ່າຍແພງກວ່າເພື່ອ ຫຶຫຶ).

ກັບມາທີ່ເມືອງຕໍ່, Győr ເປັນເມືອງຊິວໆ ທີ່ຜະສົມຜະສານລະຫວ່າງຄວາມລຽບງ່າຍ ແລະ ສະຫງົບເຂົ້າໄວ້ນຳກັນ ໃຜທີ່ບໍ່ມັກຄວາມວຸ້ນວາຍ ແລະ ຄວາມຟ້າວຟັ່ງໃນເມືອງໃຫຍ່ Győr ແມ່ນຕອບໂຈດຂອງເຈົ້າແນ່ນອນ ເວົ້າມາຮອດນີ້ ທຸກຄົນອາດຈະຍັງຄິດພາບບໍ່ອອກ ເອົາຊິສະປຽບທຽບງ່າຍໆ ອາລົມປະມານກຸງເທບກັບອຸດອນ ຊິວ່າບ້ານນອກ ກໍບໍ່ ເພາະກໍມີສິ່ງອຳນວຍຄວາມສະດວກຄົບຄັນ.

ຢູ່ Győr ຈະມີລົດເມຟຣີໃຫ້ຂີ່(ຕົບມືແມະ 👏 👏 👏) ຖ້າເຫັນລົດເມທີ່ມີຄຳວ່າ CITY ແມ່ນສາມາດໃຊ້ບໍລິການໄດ້ເລີຍໂດຍບໍ່ໄດ້ເສຍຄ່າ, ເຊິ່ງຈະແລ່ນພາຍໃນອ້ອມແອ້ມ city center ຫຼື ໃກ້ບ່ອນສຳຄັນເຊັ່ນ: ສະຖານນີລົດໄຟ & ເມ, ÁRKÁD Győr (shopping mall), Bank, government office etc.

ÁRKÁD (Biggest shopping mall)

ແຕ່ຖ້າໃຜເບື່ອກັບຄວາມ slow life ແລ້ວຢາກພົບປະກັບຄວາມວຸ່ນວາຍ ແລະ ແສງສີ ບູດາເປສ ແລະ ວຽນນາ ຢູ່ໃກ້ແຄ່ເອື້ອມ ນາຈາ.

ນອກນີ້, ຄ່າປີ້ລົດເມກໍຖືກກວ່າເມືອງອື່ນ:

  • Single ticket 250 ft.
  • One day pass 800 ft.
  • Monthly ticket: Full price 4,400 ft, with student card: 2,200 ft.

*ປ.ລ1 ເຮົາເປັນນັກຮຽນສາມາດໃຊ້ສິດຮັບສ່ວນຫຼຸດເຄິ່ງຄ່າຂອງລົດເມ, ລົດໄຟ, ໂຮງໜັງ ແລະ ອື່ນໆ. ນອກນີ້, ຮ້ານອາຫານບາງຮ້ານກໍມີສ່ວນຫຼຸດສຳລັບນັກຮຽນໃຫ້ນຳ.

Bridge
Győr in winter
City Center

Széchenyi István Egyetem ຫຼື Széchenyi István University (SZE)

SZE ເປັນມະຫາວິທະຍາໄລແຫ່ງດຽວຢູ່ Győr ທີ່ມີຄວາມເລີດດດ ແລະ ໄຮໂຊ ບໍ່ນ້ອຍໜ້າມະຫາວິທະຍາໄລຢູ່ເມືອງອື່ນ. SZE ເປັນມະຫາໄລນ້ອງໃໝ່ທີ່ຫາກໍສ້າງຕັ້ງໄດ້ພຽງແຕ່ 50ປີ, ໃນການກໍ່ຕັ້ງທຳອິດເປັນພຽງວິທະຍາໄລເທົ່ານັ້ນ. ຕໍ່ມາ, ກໍໄດ້ມີການປັບປ່ຽນພັດທະນາມາເລື້ອຍໆຈົນມາຮອດປີ 2002 ໄດ້ປ່ຽນມາເປັນມະຫາວິທະຍາໄລຢ່າງເປັນທາງການ. ປັດຈຸບັນ, ມີຫຼັກສູດທີ່ເປັນພາສາອັງກິດທັງໝົດ 23 ຫຼັກສູດດ້ວຍກັນ ແລະ ໃນອະນາຄົດກໍມີແຜນທີ່ຈະເປີດຫຼັກສູດໃໝ່ເພີ່ມອີກຫຼາກຫຼາຍ. ຕອນນີ້ SZE ມີ 9 ຄະນະຫຼັກໆ ແຕ່ທີ່ offer ຢູ່ໃນທຶນມີພຽງແຕ່ 5 ຄະນະເທົ່ານັ້ນຄື:

1. Apáczai Csere János Faculty of Humanities, Education and Social Sciences.

2. Faculty of Architecture, Civil Engineering and Transport.

3. Faculty of Agricultural and Food Sciences.

4. AUDI Hungaria Faculty of Vehicle Engineering.

5. Kautz Gyula Faculty of Economics.

**ປ.ລ2 SZE ເປັນໂຮງຮຽນທີ່ດັງ ແລະ ຂຶ້ນຊື່ຫຼາຍຂອງສາຍ ວິສະວະ ຫຼື Mechanical Engineering, Bioinformatics and Electrical Engineering ຖ້າໃຜຈະມາຕໍ່ສາຍນີ້ ໂຮງຮຽນນີ້ເໝາະຫຼາຍ.

***ປ.ລ3 Kautz Gyula Faculty of Economics ນັກສຶກສາຂອງຄະນະນີ້ເລີ່ມປີ 2019 ເປັນຕົ້ນໄປຈະໄດ້ຮຽນຕຶກໃໝ່ທີ່ຫາກໍກໍ່ສ້າງແລ້ວ (ດີໃຈນຳຜູ່ທີ່ເລືອກຄະນະນີ້ນາຈາ) ເປັນທີ່ຮູ້ກັນດີ New = Better 😉

****ປ.ລ4 Apáczai Csere János Faculty of Humanities, Education and Social Sciences ຄະນະນີ້ຈະພິເສດໜ້ອຍໜຶ່ງຄືຈະບໍ່ໄດ້ຢູ່ໃນ main campus, ຕ້ອງຕື່ນເຊົ້າໜ້ອຍໜຶ່ງ ລໍຖ້າຂີ່ city bus ໄປ campus ຫຼື ຈະຍ່າງໄປກໍໄດ້ໃຊ້ເວລາໃນການຍ່າງປະມານ 10–15 ນາທີ (ອາດຈະໜ້ອຍ ຫຼື ຫຼາຍໄປກ່ອນນີ້ຂຶ້ນກັບ step ການຍ່າງຂອງແຕ່ລະຄົນ).

ແຜນຜັງໂຮງຮຽນ (ເສຍໃຈນຳ Eng ver. ບໍ່ມີນະແຈະ)

*****ປ.ລ5 ພິເສດສຳລັບນັກສຶກສາໃໝ່ SZE ມີລົດຮັບສົ່ງນັກສຶກສາຈາກເດີ່ນບິນຢູ່ບູດາເປສມາສົ່ງຢູ່ Győr ໂດຍສະຫວັດດີພາບແບບບໍ່ໄດ້ເສຍຄ່າໃຊ້ຈ່າຍໃດໆເພີ່ມເຕີມ ພຽງແຕ່ແຈ້ງວັນທີທີ່ເດີນທາງມາຮອດເພິ່ນກໍຈະຈັດລົດໄປຮັບຕາມເວລາທີ່ນັດກັນໄວ້ (ເທົ່າທີ່ຮູ້ໂຮງຮຽນອື່ນບໍ່ມີ offer ນີ້ນາຈາ SZE only).

ຫໍພັກ (Dormitory)

K1

ໂຮງຮຽນຍັງເລີດຂະໜາດນັ້ນໃນສ່ວນຂອງຫໍພັກນີ້ກໍບໍ່ໄດ້ນ້ອຍໜ້າ ມີຕຶກຫຼັກໆຢູ່ 04 ຕຶກດ້ວຍກັນຄື: K1, K2, K3, K4 (K1 ແມ່ນຕຶກໃໝ່ທີ່ຫາກໍສ້າງແລ້ວ ມັນກໍຈະສີວິໄລກວ່າຫໍເກົ່າເປັນທຳມະດາ ສ່ວນໃຜຈະໄດ້ຢູ່ຕຶກໃດ ໃຫ້ຄຸກກີ້ທຳນາຍກັນ 555 ແລະ K0 ແມ່ນຕຶກສຳລັບນັກຮຽນຮົງກາຣີ) ຫໍໂດຍລວມກໍສະອາດ, ປອດໄພ ທີ່ການເຂົ້າອອກທຸກຄັ້ງຕ້ອງໄດ້ໃຊ້ ID card ພ້ອມດ້ວຍການສະແກນລາຍນິ້ວມື ຍັງ! ຍັງບໍ່ພໍ ແຖມ ຣປພ ນັ່ງເຝົ້າທາງເຂົ້າ ແລະ ກ້ອງວົງຈອນປິດແບບ 24 ຊົ່ວໂມງ ເອົາໂດຍລວມກໍຄືປອດໄພນະແຫຼະເນາະ.

ຫໍພັກແມ່ນຕັ້ງຢູ່ໃນ main campus ເລີຍ ຍ່າງແຕ່ຫໍໄປຫາຕຶກຮຽນພຽງແຕ່ 3 ນາທີ (ເໝາະກັບສາຍຄ້ານຕື່ນເຊົ້າຫຼາຍ ສົມມຸດມີຮຽນ 8:30 ຕື່ນ 8:15 ກໍຍັງທັນ 555).

ຊີວິດການເປັນຢູ່ (Life living in Győr Vol. I)

ຈາກທີ່ຢູ່ມາ 4 ເດືອນ ໄດ້ຄັດສັນສາລະສຳຄັນໄວ້ໃຫ້ດັ່ງຕໍ່ໄປນີ້:

  1. ຢູ່ນີ້ຈະບໍ່ມີ Friday night! ແຕ່ເປັນ Wednesday night! ແທນນາຈາ… why? … ເພາະວ່ານັກສຶກສາສ່ວນໃຫຍ່ທີ່ຢູ່ນີ້ແມ່ນມາແຕ່ເມືອງອື່ນ, ປະເທດໃກ້ຄຽງ, ນັກຮຽນແລກປ່ຽນ etc. ຕາລາງຮຽນສ່ວນໃຫຍ່ແມ່ນຈະໜັກແຕ່ວັນຈັນຫາພຸດ ບາງຄົນກໍມີຮຽນແຕ່ເຄິ່ງມື້ໃນວັນພະຫັດ ຫຼື ກໍຟຣີໄປເລີຍ ຖ້ານັກຮຽນຮົງກາຣີກໍຈະກັບບ້ານ ແຕ່ຖ້າເປັນນັກຮຽນຕ່າງຊາດກໍຈະໄປທ່ຽວຕ່າງເມືອງ ຫຼື ຕ່າງປະເທດ.
  2. ຖ້າມາໃໝ່ໆ ໄດ້ຍິນຄຳວ່າ Hello, halo, hi, Szia etc. ທັ້ງໆທີ່ຄົນເວົ້າບໍ່ໄດ້ແນມເບິ່ງໜ້າເຮົາ (ຄິດໃນໃຈ ເວົ້າກັບຕູບໍ່ຫວະ.. ແມ່ນແລ້ວ! ເວົ້າກັບເຈົ້ານະແຫຼະ) ມັນເປັນການທັກທາຍຢູ່ນີ້ ຖ້າເຈີກັນຢູ່ທາງເຂົ້າ, ທາງຍ່າງ, lift etc. ຢ່າອາຍທີ່ຈະຕອບຮັບຄຳທັກທາຍ ຫຼື ກ່າວຄຳທັກທາຍກັບຄົນແປກໜ້າກ່ອນ.
  3. ທຸກສິ່ງທຸກຢ່າງທີ່ເປັນການບໍລິການຈະຊ້າ(ໜ້ອຍໜຶ່ງ) ຕ້ອງທຳໃຈ (ຫ້າມຫົວຮ້ອນ) ຄິດວ່າບໍ່ສະເພາະແຕ່ຢູ່ Győr ແຕ່ໝົດປະເທດ.
  4. ຖ້າເປັນ Public holiday (ວັນພັກລັດຖະການ) ກໍຄືວັນພັກອິຫຼີ ວັນພັກແທ້ໆເລີຍແຫຼະ ຮ້ານນ້ອຍຮ້ານໃຫຍ່ ນັບໄປເຖິງ shopping mall ຕ່າງໆຈະປິດໝົດ ຖ້າຢາກຈະຊື້ ຫຼື ກິນຫຍັງໃນຊ່ວງນັ້ນຕ້ອງໄດ້ຊື້ເຄື່ອງມາຕຸນໄວ້ ຫຼື ຕ້ອງອົດເອົານາຈາ.
  5. ຄົນຢູ່ນີ້ໃຈດີ ຖ້າເຮົາເຂົ້າໄປຖາມ ຫຼື ລົມກັບເຂົາເຈົ້າແລ້ວມີປະຕິກິລິຍາແປກໆຄືໆບໍ່ຢາກລົມນຳ ຢ່າຟ້າວເສຍໃຈ ຫຼື ອາລົມເສຍ ເຂົາເຈົ້າແມ່ນບໍ່ໄດ້ພາສາອັງກິດ ແລະ ບໍ່ຮູ້ຈະສື່ສານກັບເຮົາແນວໃດເທົ່ານັ້ນເອງ.
  6. ຮ້ານອາຫານ ຫຼື ເຄື່ອງດື່ມຕ່າງໆ ທີ່ຢູ່ອ້ອມແອ້ມໂຮງຮຽນແມ່ນບໍ່ຮັບບັດ (Cash only) ຮັບແຕ່ເງິນສົດເທົ່ານັ້ນ (ຍົກເວັ້ນຮ້ານໜຶ່ງ Elixir ຮັບໄດ້ທຸກຢ່າງ ເອີ້ຍ! ບັດ).
  7. ການເດີນທາງພາຍໃນປະເທດ Train ແມ່ນສະດວກຫຼາຍ ເຊິ່ງການຊື້ປີ້ກໍງ່າຍປານປອກກ້ວຍ ມີສີ່ວິທີດ້ວຍກັນ:

ກ. ຫ້ອງຂາຍປີ້ ໃນສະຖານີ: ບໍ່ແນະນຳ ຍົກເວັ້ນຈຳເປັນແທ້ໆ ເພາະບໍ່ມີສ່ວນຫຼຸດ ແຖມອາດໄດ້ຈ່າຍແພງກວ່າລາຄາປົກກະຕິ.

ຂ. Website: click ຕາມ link ຢູ່ລຸ່ມນີ້ເລີຍ 👇

ຄ. Machine: ຕູ້ເຫຼືອງໆຕັ້ງເດັ່ນເປັນສະຫງ່າຢູ່ທຸກສະຖານີ ຖ້າຊື້ຜ່ານຕູ້ຈະໄດ້ສ່ວນຫຼຸດ 5%

ງ. Application

ສາມາດດາວໂຫຼດໄດ້ທັງ iOS ແລະ Android ຖ້າຊື້ຜ່ານແອພຈະໄດ້ສ່ວນຫຼຸດ 10%

MAV app

8. ຢູ່ນີ້ນັກຮຽນ Asia ແລະ Africa ມີໜ້ອຍຫຼາຍ ມາໃໝ່ໆອາດຈະເຈີສາຍຕາ, ທ່າທີແປກໃຈ ຫຼືຕື່ນເຕັ້ນ (ເກີນເຫດ) ຂອງຄົນທ້ອງຖິ່ນທີ່ຈະເບິ່ງເຮົາແຕ່ຫົວຈຳ xີນ ອາດຈະຮູ້ສຶກແປກໆແດ່ແຕ່ຕ້ອງທຳໃຈເດີຢູ່ໆໄປແລ້ວຈະຊິນໄປເອງ.

9. ເນື່ອງມາຈາກຂໍ້ 5, ພາສາອັງກິດຢູ່ນີ້ເປັນອິຫຍັງທີ່ຫາໄດ້ຍາກຫຼາຍບໍ່ວ່າຈະເປັນຄົນເວົ້າຫຼືປ້າຍຕ່າງໆ ແນະນຳໃຫ້ກຽມ google translate ໃຫ້ພ້ອມ + skill ພິເສດສ່ວນຕົວ (ການມົ້ວຂັ້ນສູງ ນັ້ນເອງ +555) ເພາະ google translate ມັນຈະແປບໍ່ເປະ ອາລົມຄືກັບແປ ອັງກິດເປັນລາວ, ຖ້າຢາກຊື້ຫຍັງແນະນຳໃຫ້ເອົາຮູບໃຫ້ພະນັກງານເບິ່ງເອົານາຈາ.

10. ຂໍ້ນີ້ສຳຄັນສຸດ ເກືອບລືມ 555 ໃນສ່ວນຂອງ night life ນັ້ນ ຈະມີ Bar ໜຶ່ງຊື່ວ່າ Üveges (ອ່ານວ່າ: ອູເວເກສ)ເປັນແຫຼ່ງລວມຂອງນັກຮຽນຢູ່ນີ້ ຕັ້ງຢູ່ໃນ main campus ເລີຍ ຫຼື ຢູ່ຕໍ່ໜ້າຫໍພັກນັ້ນເອງ ອອກແຕ່ຫໍມາປຸບເຫັນປັບເລີຍ. ນັກຮຽນຕ່າງຊາດ, ນັກຮຽນຮົງກາຣີ ໄປຈົນເຖິງຄົນທ້ອງຖິ່ນຢູ່ນີ້ຈະມານັ່ງດື່ມຊິວໆລົມກັນ ຫາໝູ່ໃໝ່ຢູ່ຮ້ານນີ້.

11. ຖາມ: ດື່ມໄປດົນໆແລ້ວມັນລົງຂາເດເຮັດແນວໃດ? ຕອບ: ຍ່າງໄປຫຼັງຫໍເລີຍ ເຈີຄຳຕອບແນ່ນອນ 555 ມັນຈະມີ pub ໜຶ່ງຊື່ວ່າ Lapos (ອ່ານວ່າ: ລາໂປ໊ດ) ດັງຫຼາຍໃນໝູ່ນັກຮຽນຢູ່ພີ້ (ບໍ່ແມ່ນຫຍັງໃດ໋ location ມັນໃຫ້ຫັ້ນນະ 555 ໃກ້ດີ ແບບເຕັ້ນເມື່ອຍລະກ່າກັບມານອນ) ແລງວັນພຸດມາຄຳຖາມຍອດຮິດກໍຄື: ໄປ Lapos ບໍ່? ກໍຈົງຕອບກັບໄປວ່າ: Igen (ອີແກນ) = yes = ໄປ. ເປີດແຕ່ 23:00–05:00, DJ ກໍຈະເປີດເພງຫຼາຍໆຊາດປະປົນກັນໄປ ເຕັ້ນກັນຈົນເຫື່ອແຕກພຸ້ນລະ (ບໍ່ແມ່ນ DJ ເປີດເພງມັນໃດ໋ ມັນເປີດ heater ແຮງໂພດຕ່າງຫາກ 😂) ອ໋ອຍຍ~ ເວົ້າຢອກ 😁 ໂດຍລວມຈັດວ່າຄັກ (KT confirm 😉👍).

12. ສາຍ drink ບໍ່ຟ້າວເຊັງ KT ຄັດສັນຊື່ເບຍທີ່ມາຮົງກາຣີແລ້ວຕ້ອງລອງໄວ້ໃຫ້ແລ້ວ ເລືອກຊື້ເລືອກດື່ມກັນຕາມອັດທະຍາໄສ: Soproni, Soproni IPA, Dreher, Borsodi lager beer, Kőbányai beer, Pécsi Sörgyár craft beer ເອົາສຳ່ນີ້ໄປກ່ອນ ທີ່ເຫຼືອມາຊອກຕື່ມເອົາເອງຢູ່ພີ້ 😉.

ທ້າຍນີ້, ຂໍອວຍພອນໃຫ້ທຸກຄົນຈົ່ງໂຊກດີ ຂໍໃຫ້ໄດ້ເຈີກັນຢູ່ ຮົງກາຣີ ນາຈາ ໂດຍສະເພາະຢູ່ Győr ເນີ :)

ສຸດທ້າຍແຕ່ບໍ່ທ້າຍສຸດ “Life living in Győr 2” ຈະຕາມມາແນ່ນອນ ຖ້າຕິດຕາມແດ່ເນີ 😉 ເຈີກັນ Blog ໜ້າ Sziasztok!!!

Free

Distraction-free reading. No ads.

Organize your knowledge with lists and highlights.

Tell your story. Find your audience.

Membership

Read member-only stories

Support writers you read most

Earn money for your writing

Listen to audio narrations

Read offline with the Medium app

--

--

Itskatae
Itskatae

Written by Itskatae

Welcome to my Online Diary 📔✍ Sharing is caring

No responses yet

Write a response