ທີ່ສຸດຂອງຮູບເງົາ ‘ທີ່ຈະປ່ຽນທັດສະນະຄະຕິ ແລະ ຄວາມເຊື່ອ’ ຂອງເຈົ້າ

Itskatae

ສະບາຍດີ ຜູ້ອ່ານທີ່ໜ້າຮັກທຸກທ່ານ (ທີ່ຫຼົງເຂົ້າມາ) 😁

ກ່ອນອື່ນໝົດ ເນື່ອງຈາກວ່ານີ້ແມ່ນການຂຽນບລັອກຄັ້ງທຳອິດຂອງຂ້າພະເຈົ້າ! ຜິດພາດປະການໃດ ຂໍໂທດຂໍອະໄພມານະທີ່ນີ້ດ້ວຍ

ມື້ນີ້ຂໍນອກກະແສຈາກຮູບເງົາທາງຝັ່ງ Hollywood ຂ້າມມະຫາສະໝຸດມາແຖບໂຊນອາຊີ (Asia) ບ້ານເຮົາພີ້ແຫຼະ

ຕົບມືຕ້ອນຮັບ ຮູບເງົາຄຸນນະພາບຈາກຝັ່ງ Bollywood!!!!!!!! (ແປະ ແປະ ແປະ) 👏🏻👏🏻👏🏻

‘Pk’ ແມ່ນຮູບເງົາອິນເດຍແນວນະວະນິຍາຍວິທະຍາສາດ ທີ່ຕະຫຼົກ ແລະ ໄດ້ຖືກພິຈາລະນາໃຫ້ເປັນໜັງອິນເດຍທີ່ດີທີ່ສຸດຂອງປີ 2014. ຂ້າພະເຈົ້າກໍຂໍຢືນຢັນ, ນັ່ງຢັນ ແລະ ນອນຢັນອີກສຽງໜຶ່ງວ່າດີອີ່ຫຼີ ຫຼັງຈາກທີ່ໄດ້ສຳຜັດດ້ວຍສອງລູກຕາຕົວເອງ.

ອະ ອະ ອະ ຢ່າຟ້າວຖອນຫາຍໃຈ ແລະ ເຮັດໜ້າໝົດອາລົມແບບບໍ່ເຊື່ອ ເປີດຈິດເປີດໃຈ ຮູບເງົາອິນເດຍເລື່ອງນີ້ມີດີກວ່າພະເອກນາງເອກຮ້ອງເພງແລ່ນໄລ່ກັນຂ້າມໜ່ວຍພູ!

ປ.ລ ເນື້ອຫາຕໍ່ໄປນີ້ບໍ່ມີການເປີດເຜີຍເນື້ອຫາສຳຄັນໃນເລື່ອງແຕ່ຢ່າງໃດ (ສະບາຍໃຈໄດ້😁)

ດັ່ງທີ່ເຮົາຮູ້ກັນດີປະເທດອິນເດຍເປັນປະເທດທີ່ມີຄວາມຫຼາກຫຼາຍທາງດ້ານສາສະໜາ ແລະ ຫຼາຍໆສາສະໜາກໍ່ມີຕົ້ນກຳເນີດຢູ່ທີ່ນັ້ນເຊັ່ນ: ສາສະໜາພຸດ (Buddhism), ຮິນດູ (Hinduism), ຊິກ (Sikhism), ພາມ (Brahmanism), ເຊນ (Jainism). ແຕ່ລະສາສະໜາກໍຈະມີທຳນຽມປະຕິບັດທີ່ແຕກຕ່າງກັນອອກໄປ, ເຊິ່ງຍ້ອນຄວາມແຕກຕ່າງນີ້ເອງໄດ້ເຮັດໃຫ້ເກີດຄວາມແຕກແຍກທາງດ້ານຄວາມເຊື່ອ ຕ່າງຄົນຕ່າງຄິດວ່າສາສາໜາທີ່ຕົນເອງນັບຖືນັ້ນດີກວ່າ. ສະນັ້ນ, ສາສະໜາແມ່ນເລື່ອງທີ່ຂ້ອນຂ້າງອ່ອນໄຫວ ຫຼື ກົງກັບສັບພາສາອັງກິດທີ່ວ່າ ‘Sensitive’ ຫຼາຍຢູ່ທີ່ປະເທດອິນເດຍ, ແຕ່!ຮູບເງົາເລື່ອງນີ້ກ້າທີ່ຈະຍົກເອົາຫົວຂໍ້ນີ້ຂຶ້ນມາຕີແຜ່ ແລະ ເຮັດໃຫ້ຄົນເບິ່ງກັບໄປຕັ້ງຄຳຖາມກັບໂຕເອງຄືນວ່າ: ເອີ! ນີ້ແມ່ນ ‘ຄວາມເຊື່ອ ຫຼື ຄວາມງົມງວາຍ?’ ເພາະສອງຄຳນີ້ແມ່ນມີແຕ່ເສັ້ນບາງໆກັ້ນໄວ້ຢູ່.

ເນື້ອເລື່ອງຂອງໜັງໂດຍຫຍໍ້

ພີເຄ

ມະນຸດຕ່າງດາວທີ່ເດີນທາງມາໂລກເພື່ອປະຕິບັດພາລະກິດການສຳຫຼວດດາວໂລກ, ລະຫວ່າງທີ່ມາຮອດ ລາວໄດ້ຖືກລັກ ຣີໂໝດ ທີ່ໃຊ້ໄວ້ເອີ້ນຍານອາວະກາດມາຮັບເພື່ອເດີນທາງກັບດາວຂອງຕົນເອງ, ດ້ວຍເຫດນີ້ເອງເຮັດໃຫ້ພີເຄໄດ້ຕິດຢູ່ທີ່ດາວໂລກ. ການຜະຈົນໄພຂອງມະນຸດຕ່າງດາວຢູ່ທີ່ຕ່າງດາວໄດ້ເລີ່ມຕົ້ນຂຶ້ນ. ພີເຄປຽບເໝືອນເດັກນ້ອຍໄຮ້ດຽງສາທີ່ຕ້ອງຮຽນຮູ້, ປັບຕົວ ແລະ ລອງຜິດລອງຖືກເພື່ອໃຫ້ສາມາດດຳລົງຊີວິດຢູ່ໂລກໄດ້. ລາວໄດ້ອອກຕາມຫາ ຣີໂໝດໂດຍຖາມກັບມະນຸດໂລກວ່າ: ‘ເຈົ້າເຫັນຣີໂໝດຂ້ອຍບໍ່?’ ແລະ ທຸກຄົນຈະຕອບກັບພີເຄເປັນສຽງດຽວກັນວ່າ: ‘ບໍ່ຮູ້, ມີແຕ່ພະເຈົ້າເທົ່ານັ້ນທີ່ຮູ້’ ດ້ວຍເຫດນີ້ພາລະກິດຕາມຫາ ‘ພະເຈົ້າ’ ຂອງພີເຄ ກໍໄດ້ເລີ່ມຕົ້ນຂຶ້ນ!!! ອ້າວແລ້ວວວວວ ພີເຄ ຊິໄດ້ພົບກັບພະເຈົ້າຂອງໂລກມະນຸດຢູ່ບໍນໍ? ຫະຫະຫະ 🤔🤔🤔

ໃນລະຫວ່າງພາລະກິດຕາມຫາພະເຈົ້າ ພີເຄໄດ້ມາພົບກັບ ຈັ໊ກກູ ນັກຂ່າວສາວຫົວສະໄໝໃໝ່ທີ່ຕ້ອງການຢາກຕີແຜ່ການເຊື່ອຖື ‘ຜູ້ຈັດການຂອງພະເຈົ້າ’ ຫຼາຍເກີນຄວນ. ຈັ໊ກກູ ເກີດຄວາມສົນໃຈໃນພຶດຕິກຳ, ຄວາມຄິດ ແລະ ການຕັ້ງຄຳຖາມ ແບບແປກໆຂອງພີເຄ. ຈັ໊ກກູ ສັນຍາວ່າຈະຊ່ວຍ ພີເຄ ຕາມຫາ ຣີໂໝດແຕ່ ພີເຄຕ້ອງໄດ້……. (ໄປເບິ່ງເອົາເອງ ຫະຫະ)

‘ມາຕິດຕາມເອົາໃຈຊ່ວຍ ມະນຸດຕ່າງດາວຄົນໜຶ່ງ ທີ່ບໍ່ຮູ້ຫຍັງກ່ຽວກັບໂລກ ແຕ່ກັບສາມາດສອນໃຫ້ມະນຸດໂລກຜູ້ທີ່ອາໄສຢູ່ໂລກ ໃຫ້ເຂົ້າໃຈກັບສັຈທຳຂອງໂລກ ‘

ຄວາມເຫັນຂອງຂ້າພະເຈົ້າ

ເຕັມ ‘10 ເອົາໄປເລີຍ 9.5’ 0.5 ທີ່ຕັດໄປຍ້ອນ ຊັງຕາພະເອກ ອິດອກກກ (ແນມເທິງ) ນັ້ນຕາ ຫຼື ໄຂ່ຫ່ານ ເຫັນລະປວດຕາແທນ 55555

ເນື້ອຫາໂດຍລວມດີຫຼາຍ ຮູບເງົາບໍ່ພຽງແຕ່ຕັ້ງຄຳຖາມໃຫ້ຄົນເບິ່ງຄິດຕາມເທົ່ານັ້ນ ຄຳຕອບຂອງຄຳຖາມທີ່ຮູບເງົາໄດ້ຜູກປົມໄວ້ ແມ່ນໄດ້ຖືກຄາຍ ແລະ ເປັນຈຸດ Peak ທີ່ຄາດບໍ່ເຖິງ ທັງໆທີ່ມັນກໍເປັນພຽງຄຳຕອບທຳມະດາແຕ່ເປັນຫຍັງເຮົາຄືຄິດບໍ່ເຖິງ ແລະ ເຮົາຈະເຫັນວ່າການຢຽດສາສະໜາ ເປັນອີ່ຫຍັງທີ່ໄຮ້ສາລະຫຼາຍ.

ທ້າຍສຸດ ແຕ່ບໍ່ສຸດທ້າຍ ນີ້ຈະເປັນຕົວຊ່ວຍກາລັນຕີວ່າຮູບເງົາເລື່ອງນີ້ໜ້າກິນ ເຮີ້ຍ! ໜ້າເບິ່ງ, ໜ້າດູ ແລະ ໜ້າຕິດຕາມແທ້ໆ ໂອະ ^o^

Sign up to discover human stories that deepen your understanding of the world.

Free

Distraction-free reading. No ads.

Organize your knowledge with lists and highlights.

Tell your story. Find your audience.

Membership

Read member-only stories

Support writers you read most

Earn money for your writing

Listen to audio narrations

Read offline with the Medium app

Itskatae
Itskatae

Written by Itskatae

Welcome to my Online Diary 📔✍ Sharing is caring

No responses yet

Write a response