ອັນຢອງ ເອີ້ຍ! ຢືນຢອງ ແມະ (ຕຶງໂປະ😂)

ການເດີນທາງກັບບ້ານຊ່ວງການ​ລະ​ບາດ​ໃຫຍ່ຂອງໄວ​ຣ​ັ​ສ COVID-19 (Traveling home during the pandemic)

Itskatae
3 min readOct 24, 2021

ຄັ້ງໜຶ່ງໃນຊີວິດກໍບໍ່ເຄີຍຄາດຄິດວ່າຕົນເອງຈະຕົກຢູ່ໃນສະຖານະການແນວນີ້ ເວົ້າງ່າຍໆເປັນປະສົບການຊີວິດທີ່ດົນໆໆໆໆໆໆໆໆໆໆໆ (ໆ ລ້ານໂຕ) ເທື່ອຈະເກີດຂຶ້ນນັ້ນເອງເລີຍຢາກມາເລົ່າສູ່ຟັງ.

ປີ 2020 ນີ້ຄິດວ່າເປັນ highlight ຂອງຊີວິດເລີຍໄດ໋ ແບບສິ່ງທີ່ບໍ່ເຄີຍເຮັດກໍໄດ້ເຮັດ ອັນໃດທີ່ບໍ່ເຄີຍເປັນ ກໍໄດ້ເປັນ ບໍ່ເຄີຍຮູ້ສຶກແນວນີ້ ກໍຮູ້ຊຶ້ງເປັນຢ່າງດີ (ອີກນິດດຽວກໍຈະບັນລຸທັມລະ🥲) ແລະ ເຫດການນີ້ກໍນັບເປັນ big event ເລີຍ ຂໍບອກວ່າເລື່ອງນີ້ເລື່ອງດຽວແຕ່ມີຄົບທຸກແນວກັນເລີຍ ບໍ່ພິມຍາວໄປເຂົ້າເລື່ອງກັນເບີຍຍຍຍຍຍຍຍຍຍ ✍🏻

⚠️ຄຳເຕືອນ: ເພື່ອທີ່ຈະສາມາດຖ່າຍທອດອາລົມ ແລະ ຄວາມຮູ້ສຶກຂອງຄົນຂຽນໃນຕອນນັ້ນໃຫ້ຜູ້ອ່ານທີ່ໜ້າຮັກເຂົ້າເຖິງໄດ້ແບບເຜັດໆນົວໆ ພາສາທີ່ນຳໃຊ້ຈະອອກແນວ aggressive ເປັນຫຼາຍໆ ຜູ້ໃດທີ່ມີພູມແພ້ພາສາຫຍາບຄາຍຕ່ຳ ແນະນຳກົດອອກໄປເບິ່ງສິ່ງທີ່ໜ້າສົນໃຈອັນອື່ນເລີຍເຈົ້າ🙏🏼

ຖາມ: ກໍຮູ້ຢູ່ວ່າ COVID-19 ກຳລັງລະບາດ ຈະເດີນທາງກັບເພື່ອ???

ຕອບ: ຂ້າພະເຈົ້າສຳເລັດການສຶກສາຕອນເດືອນກໍລະກົດເຊິ່ງໝາຍຄວາມວ່າຫຼັງຈາກຈົບປຸບເງິນທຶນ ແລະ ສິດທິຕ່າງໆໃນຖານະນັກສຶກສາກໍຖືກຕັດປັບ. ຊ່ວງເດືອນສິງຫາ ຫາ ເດືອນພະຈິກແມ່ນໃຊ້ເງິນໂຕເອງຈ່າຍບໍ່ວ່າຈະເປັນຄ່າເຊົ່າບ້ານ, ຄ່ານ້ຳ, ຄ່າໄຟ, ຄ່າເດີນທາງ, ຄ່າກິນ, ຄ່າເຮັດວີຊ້າຂໍຢູ່ຕໍ່ ແລະ ອື່ນໆ. ດ້ວຍສະພາບເສດຖະກິດທີ່ບໍ່ດີ ຖ້າຈະໃຫ້ພໍ່ແມ່ສົ່ງກໍເປັນພາລະທີ່ໜັກຫຼາຍ.

ຖາມ: ເອົາພະຍາດມາຕິດ ຈັກໜ້ອຍກໍເສຍຊີວິດໝົດປະເທດແຫຼະ (ບໍ່ໄດ້ດຣາມ່າແຕ່ມັນມີຄົນຄິດແນວນີ້ອິຫຼີ)

ຕອບ: ການເດີນທາງຄັ້ງນີ້ແມ່ນເປັນການເດີນເຂົ້າປະເທດແບບຖືກກົດໝາຍ ແລະ ລະບຽບຂັ້ນຕອນທີ່ວາງອອກທຸກຢ່າງ ອີກຢ່າງບ້ານເຮົາມີມາດຕະການທີ່ຮັດກຸມຫຼາຍບໍ່ແມ່ນວ່າສຸ່ມສີ່ສຸ່ມຫ້າລະຂີ່ຍົນເມືອເລີຍ ລາຍລະອຽດອ່ານຕໍ່ດ້ານລຸ່ມເລີຍເຈົ້າ.

ທີ່ຈິງຕ້ອງໄດ້ກັບຕັ້ງແຕ່ເດືອນ 7 ແລ້ວແຕ່ວ່າບໍ່ມີສາຍການບິນໃດທີ່ໄດ້ຮັບອະນຸຍາດບິນເຂົ້າລາວໄດ້ ເລີຍຕ້ອງຖ້າແບບແກ່ຍາວຈົນຮອດເດືອນ 11 ແລະ ການກຽມເອກະສານກໍຫຍຸ້ງຍາກໂຄດໆ ວຸ້ຍວາຍສຸດດດດດດ ເຊິ່ງເອກະສານທີ່ຕ້ອງກຽມກໍປະກອບມີ:

1. ປີ້ຍົນ (Plane ticket): ຍົນຈາກເກົາຫຼີຫາລາວແມ່ນຖືກວັນອາທິດຕອນເຊົ້າ ບັນຫາຄືເຮົາຕ້ອງໄດ້ຊອກຫາຖ້ຽວບິນຈາກຮົງກາຣີໄປເກົາຫຼີໃຕ້ໃຫ້ມັນທັນ ອີກຢ່າງໜຶ່ງເຮົາສາມາດຖ້າປ່ຽນຍົນຢູ່ສະໜາມບິນເກົາຫຼີໄດ້ບໍ່ເກີນ 24 ຊົ່ວໂມງ (ຍາກໄປອີກກກກກກ 😩) ຫຼັງຈາກຊອກມາຫຼາຍມື້ຖ້ຽວທີ່ເປັນໄປໄດ້ສຸດແມ່ນອອກຈາກບູດາເປສວັນສຸກຕອນສວາຍແລ້ວໄປຮອດເກົາຫຼີຕອນແລງຂອງວັນເສົາ ແລ້ວຂຶ້ນຍົນກັບລາວໃນຕອນເຊົ້າຂອງມື້ຖັດມາ.

2. ໃບຈອງໂຮງແຮມ (Hotel reservation): ບ່ອນທີ່ເຮົາຈະກັກໂຕນັ້ນເອງ, ຈະມີລາຍຊື່ໂຮງແຮມໃຫ້ ສາມາດເລືອກໄດ້ຕາມອັດທະຍາໄສ.

ຫຼັງຈາກໄດ້ສອງຢ່າງຂ້າງເທິງແລ້ວກໍສົ່ງໃຫ້ສະຖານທູດ ຕ້ອງໄດ້ວາງແຜນເວລາໃຫ້ດີເພາະໃນຂັ້ນຕອນນີ້ໃຊ້ຈະເວລາຢ່າງໜ້ອຍ 7 ວັນລັດຖະການ.

ເອກະສານທີ່ສະຖານທູດອອກໃຫ້ຈະປະກອບມີ 2 ຢ່າງ:

3. ໃບອະນຸຍາດຂໍເຂົ້າລາວ (COE).

4. ຈົດໝາຍທາງການຈາກສະຖານທູດເຖິງສາຍການບິນ (Letter from embassy to airline).

ເອກະສານຕິດຄັດອື່ນໆກໍມີ:

  • ໃບກວດໂຄວິດ: ຕ້ອງເປັນ PCR test ເທົ່ານັ້ນ (ລາຄາແພງເຫ້ຍໆ 627.000ກີບ) ມີຄ່າພຽງແຕ່ 3ມື້ອີກ 🙄 ກາຍ 72ຊົ່ວໂມງໄປກໍເປັນພຽງເຈ້ຍໂງ່ໆໃບໜຶ່ງ.
  • ແບບຟອມສອບຖາມສຸຂະພາບ (Health declaration form) ຂອງສາຍການບິນລາວ.
  • ແລ້ວຕອນທີ່ເຊັກອິນທາງສາຍການບິນກາຕາກໍຈະມີເອກກະສານ (ໃບສອງໃບນິແຫຼະ ບໍ່ຈື່ປານໃດ) ມາໃຫ້ກອກ.

ຫຼັງໄດ້ເອກະສານ 3 ກັບ 4 ແລ້ວໆ ກໍມານັ່ງຊອກໂຮງໝໍກວດໂຄວິດອີກ!! ຕ້ອງມາຊອກເບິ່ງວ່າໂຮງໝໍໃດມີຄິວໃຫ້ເຮົາ ແລະ ເຮົາສາມາດໄດ້ຜົນກວດພາຍໃນ 24 ຊົ່ວໂມງ ຄືນີ້ຂຶ້ນຍົນວັນສຸກ ຕ້ອງໄປກວດວັນພະຫັດ ແລະ ໃຫ້ໄດ້ຜົນກວດຕອນເຊົ້າວັນສຸກ ຫຼື ຂີ້ຮ້າຍສຸດກ່າຕອນທ່ຽງ ເຊິ່ງຊ່ວງນັ້ນສະຖານະການຢູ່ຮົງກາຣີແມ່ນກຳລັງຢູ່ໃນຈຸດພີກ ແຕ່ລະໂຮງໝໍຄິວເຕັມໝົດໃນມື້ທີ່ຕູຕ້ອງໄປກວດ ສຸດທ້າຍຫວຍມາອອກຢູ່ໂຮງໝໍທີ່ອີ່ນີ້ ແລະ ໝູ່ເຄີຍໄປກວດ ກໍໄດ້ມີການຖາມນັດແນະກັນຮຽບຮ້ອຍວ່າໄດ້ຈະໄດ້ຜົນກວດທັນກູຂຶ້ນຍົນແນ່ນອນວ່າຊ້ານນນນນນ.

ຫຼັງຈາກສຳເລັດເສັດສິ້ນການກຽມທຸກອັນແລ້ວຕອນແລງວັນພະຫັດກ່າມານັ່ງນົບ ນອນນົບ ຢືນນົບຂໍພອນກັບສິ່ງສັກສິດໃຫ້ຜົນອອກເປັນລົບ😂 (ອີ່ນິໄປກວດສອງເທື່ອພຸ້ນນະເພື່ອຄວາມຊົວ ວັນຈັນຮອບໜຶ່ງ ວັນພະຫັດອີກເທື່ອໜຶ່ງ).

ເອກ ອີ ເອກຯ ເອກຯ 🐓 06/11/2020

ເຊົ້າອັນທີ່ແສນຈະສົດໃສ ຫຼືບໍ່ວະ🤔 ກະເປົ໋າເຄື່ອງພ້ອມ, ຄົນພ້ອມ, ເອກະສານພ້ອມ (ຍົກເວັ້ນໃບກວດໂຄວິດ) ພ້ອມດ້ວຍໝູ່ເພື່ອນຈະໄປສົ່ງພ້ອມ. ອອກບ້ານຕອນ 10:30AM ໄປຮອດສະໜາມບິນ 12:00 ດ້ວຍອາລົມຕຸ້ມໆຕ໋ອມໆ ກັງວົນນິດໆ ໃຈຫາຍຫຼາຍໆ ຢ້ານສິ່ງທີ່ຢ້ານມັນກາຍເປັນຄວາມຈິງ😨

ບໍ່ຢາກເວິ່ນເວີ້ຫຼາຍ ຄ້ານພິມຍາວ ເອົາແບບສັ້ນໆເລີຍເນາະ 😂 ຕູຕົກຍົນ! .. 😲Why? .. ຜົນກວດໂຄວິດອອກມາບໍ່ທັນ ຈົບໆແຍກຍ້າຍຍຍຍ ວູ້~~ ພິມມາຮອດນີ້ຍັງເຫຼືອໃຈບໍ່ເຊົາເກາະນິ

ແຕ່!!! ນອກເໜືອຈາກຄວາມໂຊກຮ້າຍທີ່ມີຢູ່ເຕັມກະບຸງກໍຍັງມີຄວາມໂຊກດີເຫຼືອຢູ່ (ແບບໜ້ອຍນິດ) ຕອນທີ່ຢູ່ບ່ອນເຊັກອິນແລ້ວພະນັກງານກວດເອກສານເຮົາແລ້ວວ່າບໍ່ຄົບເດີ ຖ້າບໍ່ມີ PCR test ກໍບໍ່ອານຸຍາດໃຫ້ບິນ, ຫຼັງສິ້ນຄຳຂອງ ພງ ເທດສະການໂທກໍໄດ້ເລີ່ມຕົ້ນຂຶ້ນ ໂທຖາມຄົນນັ້ນໂທຖາມຄົນນີ້ ລະລົມກັນເປັນຊາດດດດດດດດດ ທ້າຍສຸດກໍໄດ້ວິທີແກ້ຄື: ຈະມີຍົນເກົາຫຼີ>ລາວ ອີກຮອບວັນທີ 15 ຕູກ່າບໍ່ເວົ້າຍາວປ່ຽນປີ້ເປັນມື້ນັ້ນເລີຍ ເສຍເງິນຕື່ມ $150 ຍັງແຕ່ປີ້ຮົງກາຣີ>ເກົາຫຼີບາດນິ ພະນັກງານສາຍການບິນບອກໃຫ້ໄປຖາມຢູ່ຫ້ອງບໍລິການປີ້ວ່າຊັ້ນ ຢູ່ອີກຟາກໜຶ່ງ ກໍໄດ້ຫອບສັງຂານ ແລະ ຈິດໃຈອັນຫໍ່ຫ່ຽວໄປຢືນຕໍ່ແຖວຖ້າບັກດົນໆໆໆໆໆໆໆ ພ/ງ ບອກວ່າປ່ຽນປີ້ໄດ້ແຕ່ຕ້ອງໄດ້ເສຍເງິນຕື່ມປະມານ 300ຢູໂຣ ນິລະ (ຄິດໃນໃຈປ່ຽນບ່ອນໃດຫວາ ສ່ຳຕູຊື້ໃໝ່😂) ໂຊກຍັງດີ ໝູ່ເອີ້ນໃສ່ ‘ໂທຖາມສາຍການບິນໂດຍຕົງເບິ່ງກ່ອນ’ ຕັດສິນໃຈໂທໄປ ແລ້ວອະທິບາຍສະຖານະການເຮົາໃຫ້ຟັງ ພະນັກງານກໍຂໍເລກຈອງແລ້ວປ່ຽນມື້ໃຫ້ຮຽບຮ້ອຍ ອີນີ້ກ່າຖາມດ້ວຍສຽງສັ່ນໆ How much?

Staff: Free of charge, our policy allows you to make unlimited date changes, and to change your destination as often as you need if it is within 5,000 miles of the original one. We will not charge any fare differences for travel completed before 31 December 2020 (ຟຣີເຈົ້າ ສາຍການບິນມີນະໂຍບາຍຊ່ວງໂຄວິດລູກຄ້າສາມາດປ່ຽນວັນເວລາການເດີນທາງໂດຍບໍ່ເສຍຄ່າ ວູ້ຮູ້ 🥳 ອະ! ປັນຫາສະເພາະໜ້າຖືກຄີ່ຄາຍຍັງເຫຼືອປັນຫາຂອງຄວາມຮູ້ສຶກທີ່ດຳດິ່ງລົງເຫວໄປແລ້ວວວ

ຄວາມຮູ້ສຶກຕົກຍົນເປັນແນວນີ້ນິເອງ ຟີລແບບໝູ່ໆອົດສາຂົນກັນມາສົ່ງ (ແຕ່ໃນເມືອງອອກໄປໜາມບິນກ່າໄກເຕີບປະມານຊົ່ວໂມງເຄິ່ງນິດໆ shuttle bus ກໍບໍ່ມີ (ຍ້ອນໂຄວິດ ປິດແບບບໍ່ມີກຳນົດ) ເລີຍໄດ້ພາກັນຕໍ່ Bus ຕໍ່ Tram ຕໍ່ Metro ຫຼາຍຕໍ່ແຮງກວ່າຈະໄປຮອດ; ກ່າເຟລນິດໆ ຈຸກຫຼາຍໆ ຫາຍໃຈກ່າບໍ່ຢາກອອກ ຄວາມຮູ້ສຶກຫຼາຍຢ່າງມັນປະປົນກັນ ແຕ່ກໍຍັງດີທີ່ມີໝູ່ໆນ້ອງໆຫຼາຍຄົນຢູ່ຄຽງຂ້າງໃຫ້ກຳລັງໃຈ🥺 (ເລີບ ຢູ ກາຍ ຝຸດໆ🤟🏻). ຫຼັງຈາກກອດປອບກັນແບບພັກໃຫຍ່ໆ ກໍພາກັນອອກຈາກໜາມບິນ ແລ້ວຍົກຂະບວນກັນໄປກິນເຂົ້າດ້ວຍອາລົມຫງອຍໆ ແຫ້ງຫ່ຽວ ປານຊິເປັນເປ້ຍເປັນລ່ອຍ (ບໍ່ໄດ້ເວີ້ເດີ😂 ແບບຢືນເຄຍກັບພະນັກງານແຕ່ທ່ຽງຈົນແລງ ເຂົ້ານ້ຳກ່າບໍ່ໄດ້ກິນ ແຖມໄດ້ນັ່ງແຕ່ແອະດຽວ ລົມບໍ່ຈັບກ່າເປັນພະຄຸນແລ້ວ🥲) ຫຼັງຈາກກິນເຂົ້າແລ້ວຂາກັບມີເລື່ອງເຊີໄພ້ນິດໜຶ່ງ ໄດ້ພົບກັບນັກສະແດງຂວັນໃຈທີ່ກຳລັງດັງໃນຕອນນັ້ນຈາກຊີຣີ Emily in Paris ກໍໄດ້ມີໂອກາດຖ່າຍຮູບກັບ Gabriel (Lucas) ໄປກຸບໜຶ່ງພໍໄດ້ນອນຫຼັບ🥰

ໂມເມັ້ນທີ່ໄດ້ນັ່ງ ຄືໄດ້ນັ່ງແອະດຽວອິຫຼີ😂

ຕັດຈົບມາມື້ທີ່ຕ້ອງຂຶ້ນຍົນເລີຍເດີ (ກັບໄປອ່ານຂໍ້1ຄືນ)

Finally, we did it!

End:)

Sign up to discover human stories that deepen your understanding of the world.

--

--

Itskatae
Itskatae

Written by Itskatae

Welcome to my Online Diary 📔✍ Sharing is caring

No responses yet

Write a response